ໜ້າຫຼັກ / ສຳມະນາ

ສຳມະນາ

APMLAO · KNOWLEDGE & EVENTS

ເນັ້ນການສົ່ງເສີມຄວາມຮູ້ ແລະ ຄວາມເຂົ້າໃຈດ້ານຕະຫຼາດທຶນ, ການເງິນ ແລະ ການລົງທຶນ ຜ່ານການຈັດສຳມະນາ ແລະ ກິດຈະກຳແລກປ່ຽນຄວາມຮູ້ຮ່ວມກັບຫົວໜ່ວຍພາກລັດ, ພາກທຸລະກິດ ແລະ ຜູ້ທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການພັດທະນາຄວາມສາມາດຂອງພາກທຸລະກິດ ແລະ ຕະຫຼາດທຶນໃນ ສປປ ລາວ.

2026

“ການລົງທຶນ ແລະ ການປະເມີນມູນຄ່າຮຸ້ນ” (Stock Investment and Valuation)” 1
ສຳມະນາ

“ການລົງທຶນ ແລະ ການປະເມີນມູນຄ່າຮຸ້ນ” (Stock Investment and Valuation)”

ຫ້ອງປະຊຸມຊັ້ນ 8 ຕຶກຕະຫຼາດຫຼັກຊັບລາວ
ອ່ານເພີ່ມເຕີມ

ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດງານສໍາມະນາພາຍໃຕ້ຫົວຂໍ້ “ການລົງທຶນ ແລະ ການປະເມີນມູນຄ່າຮຸ້ນ” (Stock Investment and Valuation). ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ຮູ້ສຶກເປັນກຽດຫຼາຍທີ່ໄດ້ຮັບບົດບາດເປັນຜູ້ບັນຍາຍໂດຍ ທ່ານ ສຸລິຍາ ທຳທີຣະ ຮອງຜູ້ອຳນວຍການຝ່າຍທີ່ປຶກສາການເງິນ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມຟົດຟື້ນຈາກຜູ້ເຂົ້າຮ່ວມຫຼາຍພາກສ່ວນ.

2015

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ຫ້ອງປະຊຸມຂອງຫ້ອງວ່າການແຂວງອັດຕະປື
ອ່ານເພີ່ມເຕີມ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບຕະຫຼາດຫຼັກຊັບລາວ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (APMLAO) ຈັດສຳມະນາໃຫ້ຄວາມຮູ້ຫົວຂໍ້ “ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ“ ພາຍໃຕ້ການເປັນປະທານຂອງ ທ່ານ ສຸກສະໃໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື ຜູ້ຊີ້ນຳວຽກງານເສດຖະກິດ, ເຂົ້າຮ່ວມມີ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ, ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ມີຜູ້ເຂົ້າຮ່ວມຮັບຟັງ 80 ກວ່າຄົນ.

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ທີ່ຫໍວັດທະນາທໍາ ແຂວງຫຼວງນ້ຳທາ
ອ່ານເພີ່ມເຕີມ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ຈັດສຳມະນາໃຫ້ຄວາມຮູ້ພາຍໃຕ້ຫົວຂໍ້: “ ການກະກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ ”. ເປັນປະທານກ່າວເປີດໂດຍ ດຣ. ເພັງພາວັນ ດາວຄອນຈະເລີນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຫຼວງນ້ຳທາ ຜູ້ຊີ້ນຳວຽກງານເສດຖະກິດ, ເຂົ້າຮ່ວມມີທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ແລະ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ທັງເປັນຜູ້ບັນຍາຍ, ມີຜູ້ເຂົ້າຮ່ວມທີ່ມາຈາກພະແນກການອ້ອມຂ້າງແຂວງ, ທະນາຄານທຸລະກິດລັດ ແລະ ເອກະຊົນ, ຫົວໜ່ວຍທຸລະກິດ ລວມທັງໝົດ 60 ກວ່າຄົນ.

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ຫ້ອງປະຊຸມ ໂຮງແຮມ ປາກຊັນ ແຂວງ ບໍລິຄໍາໄຊ
ອ່ານເພີ່ມເຕີມ

ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ໄດ້ຮ່ວມກັບ ທະນາຄານແຫ່ງ ສປປ ລາວ, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ຈັດສຳມະນາ ໃຫ້ຄວາມຮູ້ ໃນຫົວຂໍ້: “ການກະກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ “ ຈຸດປະສົງເພື່ອ ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຕະຫຼາດທຶນ ຕໍ່ມວນຊົນທົ່ວໄປ ເປັນປະທານໂດຍ ທ່ານ ບຸນເສັງ ທຳມະວົງ, ຮອງເຈົ້າແຂວງ ບໍລິຄຳໄຊ ຜູ້ຊີ້ນຳວຽກງານເສດຖະກິດ, ເປັນກຽດເຂົ້າຮ່ວມມີ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (ທັງເປັນຜູ້ບັນຍາຍ), ວິຊາການຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ວິຊາການຈາກຕະຫຼາດຫຼັກຊັບລາວ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຟັງບັນຍາຍແມ່ນປະກອບມີ ພະນັກງານລັດ, ພະນັກງານເອກະຊົນ ແລະ ບັນດານັກທຸລະກິດ ເຂົ້າຮ່ວມປະມານ 60 ຄົນ.

“IFRS FOR BANKING BUSINESS” 1
ສຳມະນາ

“IFRS FOR BANKING BUSINESS”

ຫ້ອງປະຊຸມ ໂຮງແຮມ ແລນມາກ ຣີເວີໄຊ
ອ່ານເພີ່ມເຕີມ

ທາງບໍລິສັດໄດ້ຮ່ວມກັບມະຫາວິທະຍາໄລຊຽງໃໝ່ຮ່ວມກັນຈັດສຳມະນາພາຍໃຕ້ຫົວຂໍ້ “ IFRS For Banking Business” ຄັ້ງທີ 3 ຈັດຂື້ນລະຫວ່າງວັນທີ 9 –10 ກໍລະກົດ 2015 (ເປັນການປິດຫຼັກສູດ) ທີ່ໂຮງແຮມ ແລນມາກ ເປັນການບັນຍາຍຫຼັກສູດກ່ຽວກັບມາດຕະຖານບັນຊີ International Financial Reporting Standards (IFRS) ໃຫ້ກັບບັນດາທະນາຄານ ໂດຍໄດ້ຮັບການບັນຍາຍຈາກອາຈານທີ່ມີປະສົບການດ້ານນີ້ມາຫຼາຍປີຈາກມະຫາວິທະຍາໄລຊຽງໃໝ່.

“ລາວ: ໂອກາດກ້າວກະໂດດ” 1
ສຳມະນາ

“ລາວ: ໂອກາດກ້າວກະໂດດ”

ອ່ານເພີ່ມເຕີມ

ໃນວັນທີ 15 ມິຖຸນາ 2015 ທາງບໍລິສັດຍັງໄດ້ມີການຈັດສຳມະນາຮ່ວມກັບ ໜັງສືພິມ ໂພດທູເດ ແລະ ບາງກອກໂພດ ໃນຫົວຂໍ້: “ລາວ:ໂອກາດກ້າວກະໂດດ” ເຊິງເປັນການບັນຍາຍເພື່ອແລກປ່ຽນຄວາມຄິດເຫັນລະຫວ່າງ ວິທະຍາກອນທີ່ມີຄວາມຮູ້ ແລະ ມີປະສົບຈາກປະເທດໄທ ແລະ ປະເທດລາວ ໂດຍມີຜູ້ເຂົ້າຮ່ວມທີ່ຈາກພາກສ່ວນລັດ ແລະ ເອກະຊົນ ປະມານ 300 ກວ່າຄົນ.

“IFRS FOR BANKING BUSINESS” 1
ສຳມະນາ

“IFRS FOR BANKING BUSINESS”

ຫ້ອງປະຊຸມ ໂຮງແຮມ ແລນມາກ ຣີເວີໄຊ
ອ່ານເພີ່ມເຕີມ

ທາງບໍລິສັດໄດ້ຮ່ວມກັບມະຫາວິທະຍາໄລຊຽງໃໝ່ຮ່ວມກັນຈັດສຳມະນາພາຍໃຕ້ຫົວຂໍ້ “ IFRS For Banking Business” ຄັ້ງທີ 2 ຈັດຂື້ນລະຫວ່າງວັນທີ 5 –6 ມິຖຸນາ 2015 ທີ່ໂຮງແຮມ ແລນມາກ ເປັນການບັນຍາຍຫຼັກສູດກ່ຽວກັບມາດຕະຖານບັນຊີ International Financial Reporting Standards (IFRS) ໃຫ້ກັບບັນດາທະນາຄານ ໂດຍໄດ້ຮັບການບັນຍາຍຈາກອາຈານທີ່ມີປະສົບການດ້ານນີ້ມາຫຼາຍປີຈາກມະຫາວິທະຍາໄລຊຽງໃໝ່.

“IFRS FOR BANKING BUSINESS” 1
ສຳມະນາ

“IFRS FOR BANKING BUSINESS”

ຫ້ອງປະຊຸມ ໂຮງແຮມ ແລນມາກ ຣີເວີໄຊ
ອ່ານເພີ່ມເຕີມ

ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (APMLAO) ຮ່ວມກັບ ຄະນະບໍລິຫານທຸລະກິດ ມະຫາວິທະຍາໄລຊຽງໃໝ່ຈັດເຝິກອົບຮົມໄລຍະສັ້ນ ໃນຫົວຂໍ້: “ IFRS FOR BANKING BUSINESS “ ໂດຍການເປັນປະທານກ່າວເປີດໂດຍ ຮສ ເດດພູວັງ ມູລຣັຕນ໌ ອະດີດປະທານຄະນະ, ຫົວໜ້າໃຫຍ່ຜູ້ບໍລິຫານຕະຫຼາດຫຼັກຊັບລາວ ແລະ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (APMLAO) ຮ່ວມກ່າວເຖິງຈຸດປະສົງຂອງການຈັດເຝິກອົບຮົມ. ມີຜູ້ເຂົ້າຮ່ວມທີ່ມາຈາກພາກລັດ ແລະ ເອກະຊົນເຊັ່ນ: ກົມຄຸ້ມຄອງທະນາຄານທຸລະກິດ, ກົມຄຸ້ມຄອງສະຖາບັນການເງິນ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບັນດາທະນາຄານທຸລະກິດລັດ ແລະ ທະນາຄານເອກະຊົນ 40 ກວ່າຄົນ.

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ຫ້ອງປະຊຸມ ໂຮງແຮມ ມິດຕະພາບ ແຂວງອຸດົມໄຊ
ອ່ານເພີ່ມເຕີມ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ,ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັກຊັບເອພີເອັມລາວຈຳກັດໄດ້ຮ່ວມກັນຈັດສຳມະນາພາຍໃຕ້ຫົວຂໍ້ “ການກະກຽມຄວາມພ້ອມເພື່ອລະດົມທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”. ໂດຍການເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານຄຳແພງ ຈິດຕະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງອຸດົມໄຊ ໂດຍມີຕາງໜ້າຈາກຫ້ອງວ່າການ,ທະນາຄານແຫ່ງ ສປປ ລາວພາກເໜືອທີ່ແຂວງອຸດົມໄຊ,ມີບັນດາພະແນກການ,ອົງການ,ບັນດາທະນາຄານທຸລະກິດ,ສະມາຄົມນັກທຸລະກິດ,ຫົວໜ່ວຍທຸລະກິດຂະໜາດໃຫຍ່ຕະຫຼອດຮອດຄູ-ອາຈານຈາກສະຖາບັນການສຶກສາອ້ອມຂ້າງແຂວງອຸດົມໄຊເຂົ້າຮ່ວມ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ຫ້ອງປະຊຸມ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ
ອ່ານເພີ່ມເຕີມ

ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (APMLAO) ຮ່ວມກັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ຈັດສຳມະນາ ພາຍໃຕ້ຫົວຂໍ້: “ການກະກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” ໂດຍມີ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊຍະບູລີ ເປັນປະທານເປີດງານ. ເຊິ່ງການຈັດສຳມະນາຄັ້ງນີ້ ມີຜູ້ເຂົ້າຮ່ວມຮັບຟັງ 50 ກວ່າຄົນ ທີ່ມາຈາກ ພາກລັດ ແລະ ເອກະຊົນ

2014

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ຫ້ອງປະຊຸມ ໂຮງແຮມ ລີເວີເຣຍ ແຂວງຄຳມ່ວນ
ອ່ານເພີ່ມເຕີມ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ໄດ້ຮ່ວມກັນຈັດສຳມະນາ ໃຫ້ຄວາມຮູ້ ໃນຫົວຂໍ້: “ການກະກຽມຄວາມພ້ອມເພື່ອລະດົມທຶນ ຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ “ ໂດຍການເປັນປະທານຂອງ ທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມມີ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ແລະ ທັງເປັນຜູ້ບັນຍາຍທ່ານ ຈັນທອນ ສິດທິໄຊ ປະທານສະພາບໍລິຫານ ຜູ້ອຳນວຍການໃຫຍ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ພ້ອມດ້ວຍແຂກທີ່ຖືກເຊີນ ມາຈາກອົງກອນ, ບໍລິສັດທັງ ພາກລັດ ແລະ ເອກະຊົນ ເຂົ້າຮ່ວມ 70 ກວ່າຄົນ.

“ຕະຫຼາດທຶນ ສປປ ລາວ ກັບລະບົບ Omnibus Account” 1
ສຳມະນາ

“ຕະຫຼາດທຶນ ສປປ ລາວ ກັບລະບົບ Omnibus Account”

ຊັ້ນ 8 ອາຄານຕະຫຼາດຫຼັກຊັບລາວ
ອ່ານເພີ່ມເຕີມ

ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ຮ່ວມກັບສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ກ.ລ.ຕ) ແລະ ບໍລິສັດ ຫຼັກຊັບ ໂນມູລະ ພັດທະນະສິນ ຈຳກັດ (ມະຫາຊົນ) ຈັດສໍາມະນາຂຶ້ນໃນຫົວຂໍ້ “ຕະຫຼາດທຶນ ສປປ ລາວ ກັບລະບົບ Omnibus Account” ໂດຍການເປັນປະທານກ່າວເປີດງານຄືທ່ານ ນາງ ສາຍສະໝອນ ຈັນທະລັກ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ. ການຈັດສຳມະນາໃນຄັ້ງນີ້ແມ່ນເປັນການສຳມະນາກ່ຽວກັບລະບົບການຊື້ຂາຍຮຸ້ນຜ່ານ Omnibus Account ລະບົບນີ້ຈະຊ່ວຍສ້າງຄວາມສະດວກວ່ອງໄວໃຫ້ກັບນັກລົງທຶນຕ່າງປະເທດທີ່ຕ້ອງການຊື້ຂາຍຮຸ້ນໃນຕະຫຼາດທຶນສປປ ລາວເຊິ່ງຈະເຮັດໃຫ້ມູນຄ່າການຊື້ຂາຍຮຸ້ນໃນຕະຫຼາດເພີ່ມຂຶ້ນ. ການສຳມະນາໃນຄັ້ງນີ້ຖືເປັນການແລກປ່ຽນຄວາມຮູ້ໃໝ່ໆໃຫ້ກັບນັກລົງທຶນສປປ ລາວ ເພື່ອພັດທະນາລະບົບຕະຫຼາດທຶນສປປ ລາວໃຫ້ເຕີບໂຕຂຶ້ນ ແລະ ຮອງຮັບຄວາມຕ້ອງການຊື້ຂາຍຮຸ້ນເພີ່ມຂຶ້ນຈາກນັກລົງທຶນຕ່າງປະເທດ.

“ມາດຕະຖານບັນຊີສະຫະກອນ” 1
ສຳມະນາ

“ມາດຕະຖານບັນຊີສະຫະກອນ”

ຫ້ອງປະຊຸມ ໂຮງແຮມ ສິບສອງພັນນາ ແຂວງຫລວງພະບາງ
ອ່ານເພີ່ມເຕີມ

ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ໄດ້ຮ່ວມກັບ ທະນາຄານແຫ່ງ ສປປ ລາວ, ຈັດສຳມະນາ ໃຫ້ຄວາມຮູ້ ໃນຫົວຂໍ້: “ມາດຕະຖານບັນຊີສະຫະກອນ “ ຈຸດປະສົງເພື່ອ ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ມາດຕະຖານຂອງບັນຊີ ແລະ ການບັນທຶກບັນຊີທີ່ຖືກຕ້ອງ ໂດຍການເປັນປະທານຂອງ ດຣ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ສຸດາ ປິຕາວັນ ຮອງຜູ້ອຳນວຍການ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ເຂົ້າຮ່ວມມີ ສະມາຊິກສະພາແຫ່ງຊາດ, ຕາງໜ້າພະແນກການອ້ອມຂ້າງແຂວງ ແລະ ຕາງໜ້າອົງກອນທາງພາກລັດ ຫຼາຍໆອົງກອນ ເຂົ້າຮ່ວມ 50 ກວ່າຄົນ. ໂດຍໄດ້ເຊີນທາງ Dr.Attapong Peeracheir ມາບັນຍາຍ ເຊິ່ງເປັນອາຈານສອນບັນຊີທີ່ມີປະສົບການຫລາຍກວ່າ 10 ປີ ທີມະຫາວິທະຍາໄລຊຽງໃໝ່ (ປະເທດໄທ)

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ຫ້ອງປະຊຸມ ລ້ານນາ ໂຮງແຮມຈໍາປາສັກແກຣນ ແຂວງຈຳປາສັກ
ອ່ານເພີ່ມເຕີມ

ທະນາຄານແຫ່ງ ສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ໄດ້ຮ່ວມກັນຈັດສຳມະນາ ໃຫ້ຄວາມຮູ້ ໃນຫົວຂໍ້: “ການກະກຽມຄວາມພ້ອມເພື່ອລະດົມທຶນ ຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ “ ຈຸດປະສົງເພື່ອ ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ຕະຫຼາດທຶນ ຕໍ່ມວນຊົນທົ່ວໄປ ໂດຍການເປັນປະທານຂອງ ທ່ານ ສົມສະໜິດ ບຸດຕິວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຈຳປາສັກ, ເປັນກຽດເຂົ້າຮ່ວມມີ ທ່ານ ນະ ຈັນຕະລິວົງ ຫົວໜ້າທະນາຄານແຫ່ງ ສປປ ລາວ ທີ່ແຂວງຈຳປາສັກ, ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ແລະ ທັງເປັນຜູ້ບັນຍາຍ, ວິຊາການຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ, ເຂົ້າຮ່ວມມີ ສະມາຊິກສະພາແຫ່ງຊາດ, ຕາງໜ້າພະແນກການອ້ອມຂ້າງແຂວງ, ມະຫາວິທະຍາໄລ, ວິທະຍາໄລ, ທະນາຄານທຸລະກິດ, ມີທັງພາກລັດ ແລະ ເອກະຊົນ,ນັກທຸລະກິດ ເຂົ້າຮ່ວມເກືອບ 88ກວ່າຄົນ.

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ຫ້ອງປະຊຸມ ສັນຕິ ຣີສອດ ແຂວງຫຼວງພຣະບາງ
ອ່ານເພີ່ມເຕີມ

ທະນາຄານແຫ່ງ ສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ໄດ້ຮ່ວມກັນຈັດສຳມະນາ ໃຫ້ຄວາມຮູ້ ໃນຫົວຂໍ້: “ການກະກຽມຄວາມພ້ອມເພື່ອລະດົມທຶນ ຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ “ ຈຸດປະສົງເພື່ອ ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ຕະຫຼາດທຶນ ຕໍ່ມວນຊົນທົ່ວໄປ ໂດຍການເປັນປະທານຂອງ ທ່ານ ສີດາ ທັມມະວົງ ຮອງຫົວໜ້າສາຂາ ທະນາຄານ ແຫ່ງ ສປປ ລາວ ພາກເໜືອ ທີ່ແຂວງຫຼວງພຣະບາງ, ເປັນກຽດເຂົ້າຮ່ວມມີ ທ່ານ TaeJoo Choi ຮອງປະທານຄະນະ, ຫົວໜ້າຝ່າຍດຳເນີນງານ ຕະຫຼາດຫຼັກຊັບລາວ, ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ແລະ ທັງເປັນຜູ້ບັນຍາຍ ເຂົ້າຮ່ວມມີ ສະມາຊິກສະພາແຫ່ງຊາດ ເຂດ6 ແຂວງຫຼວງພຣະບາງ, ຕາງໜ້າພະແນກການອ້ອມຂ້າງແຂວງ, ມະຫາວິທະຍາໄລ, ວິທະຍາໄລ, ທະນາຄານທຸລະກິດ, ມີທັງພາກລັດ ແລະ ເອກະຊົນ,ນັກທຸລະກິດ ເຂົ້າຮ່ວມເກືອບ 100 ຄົນ.

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ຫ້ອງປະຊຸມ ໂຮງແຮມ ດາວສະຫວັນ ແຂວງສະຫວັນນະເຂດ
ອ່ານເພີ່ມເຕີມ

ທະນາຄານແຫ່ງ ສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ໄດ້ຮ່ວມກັນຈັດສຳມະນາ ໃຫ້ຄວາມຮູ້ ໃນຫົວຂໍ້: “ການກະກຽມຄວາມພ້ອມເພື່ອລະດົມທຶນ ຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ “ ໂດຍການເປັນປະທານຂອງ ທ່ານ ບຸນວົງ ດວງດອກເກດ ຫົວໜ້າທະນາຄານ ແຫ່ງ ສປປ ລາວ ພາກກາງທີ່ແຂວງສະຫວັນນະເຂດ. ເປັນກຽດເຂົ້າຮ່ວມມີ ທ່ານ TaeJoo Choi ຮອງປະທານຄະນະ, ຫົວໜ້າຝ່າຍດຳເນີນງານ ຕະຫຼາດຫຼັກຊັບລາວ, ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ແລະ ທັງເປັນຜູ້ບັນຍາຍ ພ້ອມດ້ວຍແຂກທີ່ຖືກເຊີນ ມາຈາກອົງກອນ, ບໍລິສັດທັງ ພາກລັດ ແລະ ເອກະຊົນ ເຂົ້າຮ່ວມ 100 ກວ່າຄົນ.

“ບັນຊີບໍລິສັດເຊົ່າສິນເຊື່ອ” 1
ສຳມະນາ

“ບັນຊີບໍລິສັດເຊົ່າສິນເຊື່ອ”

ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ
ອ່ານເພີ່ມເຕີມ

ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ (APMLAO) ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ຈັດງານ ສຳມະນາ ພາຍໃຕ້ຫົວຂໍ້ “ບັນຊີບໍລິສັດເຊົ່າສິນເຊື່ອ“ ໂດຍໃຫ້ກຽດເປັນປະທານຂອງ ດຣ. ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ, ໃຫ້ກຽດເປັນປະທານຮ່ວມກ່າວເປີດງານສຳມະນາ ພ້ອມທັງກ່າວເຖິງຈຸດປະສົງຂອງການຈັດງານ ໂດຍມີບັນດາພະນັກງານ 30 ກວ່າທ່ານເຂົ້າຮ່ວມ

“ຮຸ້ນກູ້ສາມາດຊ່ວຍທຸລະກິດເຕີບໂຕໄດ້ແນວໃດ” 1
ສຳມະນາ

“ຮຸ້ນກູ້ສາມາດຊ່ວຍທຸລະກິດເຕີບໂຕໄດ້ແນວໃດ”

ທີ່ຊັ້ນ 8 ຕະຫຼາດຫຼັກຊັບລາວ
ອ່ານເພີ່ມເຕີມ

ງານສຳມະນາພາຍໃຕ້ຫົວຂໍ້ ”ຮຸ້ນກູ້ສາມາດຊ່ວຍທຸລະກິດເຕີບໂຕໄດ້ແນວໃດ” ໂດຍການຮ່ວມມືກັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, TRIS Corporation Limited & TRIS Rating Co., Ltd ແລະ APMLAO ງານດັ່ງກ່າວໄດ້ຈັດຂຶ້ນໃນວັນ 19 ກຸມພາ 2014 ເຊິ່ງມີຜູ້ເຂົ້າຮ່ວມງານຈຳນວນຫຼາຍເຊັ່ນບັນດາບໍລິສັດ ແລະ ບຸກຄົນທີ່ສົນໃຈເຂົ້າຮ່ວມຈຳນວນ 200 ກ່ວາຄົນ.

“ບັນຊີສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ” 1
ສຳມະນາ

“ບັນຊີສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ”

ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ
ອ່ານເພີ່ມເຕີມ

ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ (APMLAO) ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ຈັດງານ ສຳມະນາ ພາຍໃຕ້ຫົວຂໍ້ “ ບັນຊີສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ“ ໃນວັນທີ 22ມັງກອນ 2014 ຜ່ານມາ ທີ່ທະນາຄານແຫ່ງ ສປປ ລາວ, ໂດຍໃຫ້ກຽດເປັນປະທານຂອງ ດຣ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ໃຫ້ກຽດເປັນປະທານຮ່ວມກ່າວເປີດງານສຳມະນາ ໂດຍມີຜູ້ເຂົ້າຮ່ວມຈາກບັນດາສະຖາບັນການເງິນແຫ່ງຕ່າງໆ ກວ່າ 50 ທ່ານ.

2013

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” 1
ສຳມະນາ

“ການກຽມຄວາມພ້ອມເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”

ອ່ານເພີ່ມເຕີມ

ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (APMLAO) ແລະ ຕະຫຼາດຫຼັກຊັບລາວ (LSX) ຮ່ວມເປັນເຈົ້າພາບຈັດງານສຳມະນາພາຍໃຕ້ຫົວຂໍ້ “ການກຽມຄວາມພ້ອມເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ” ໂດຍມີ ຮ.ສ ເດດພູວັງ ມູລຣັຕນ໌ ປະທານຄະນະຫົວໜ້າໃຫຍ່ຜູ້ບໍລິຫານ ຕະຫຼາດຫຼັກຊັບລາວ ໃຫ້ກຽດເປັນປະທານກ່າວເປີດງານ. ພ້ອມດ້ວຍຜູ້ຮ່ວມບັນຍາຍອີກ 2 ທ່ານໄດ້ແກ່ ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ ແລະ ທ່ານ ຮ.ສ ດ.ຣ ມົນຕີ ໂສຄະຕິຍານຸຮັກ ຜູ້ອຳນວຍການຫຼັກສູດ Master Of Public Administration (MPA) ຂອງ National Institute of Development Administration (NIDA) ໃນວັນທີ 16/12/2013 ເຊິ່ງມີຕົວແທນຈາກຫຼາຍພາກສ່ວນຮ່ວມຟັງການບັນຍາຍກວ່າ 100 ທ່ານ