ໜ້າຫຼັກ / ຂໍ້ມູນຂອງບໍລິສັດ
ຂໍ້ມູນຂອງບໍລິສັດ
ປະຫວັດຄວາມເປັນມາຂອງ ບໍລິສັດ ແອສເຊັດ ໂປຣ ແມເນຈເມັ້ນທ໌ ຈຳກັດ (APM)


1991
APM ໄດ້ຖືກຈັດຕັ້ງຂຶ້ນເມື່ອວັນທີ 29 ກໍລະກົດ ຄ.ສ. 1991 ໂດຍ ດຣ. ສົມພົບ ສັກພັນພະນົມ ຮ່ວມກັບຜູ້ຊ່ຽວຊານດ້ານການເງິນອີກ 5 ທ່ານ ບໍລິສັດໄດ້ດຳເນີນການໃຫ້ບໍລິການເປັນທີ່ປຶກສາທາງການເງິນຢ່າງເຕັມຮູບແບບໃຫ້ແກ່ອົງກອນທຸລະກິດຕ່າງໆ ດ້ວຍສັກຍະພາບ ແລະ ປະສົບການດ້ານສິນເຊື່ອໂຄງການ (Project Finance) ແລະ ທິ່ປຶກສາທາງການເງິນ
1997
ໃນປີ ຄ.ສ. 1997 ປະເທດໄທໄດ້ປະສົບກັບສະພາບວິກິດເສດຖະກິດ ອົງກອນທຸລະກິດຈຶ່ງໃຫ້ຄວາມສຳຄັນ ແລະ ຄວາມຈຳເປັນຂອງການບໍລິຫານຈັດການດ້ານການເງິນ ມີການແຕ່ງຕັ້ງທີ່ປຶກສາທາງການເງິນ ເຂົ້າມາໃຫ້ຄຳປຶກສາໃນການວາງແຜນດຳເນີນທຸລະກິດ
1998
ບໍລິສັດ ແອສເຊັດ ໂປຣ ແມເນຈເມັ້ນທ໌ ຈຳກັດ (APM) ໄດ້ເລີ່ມດຳເນີນທຸລະກິດໃຫ້ບໍລິການທີ່ປຶກສາທາງດ້ານການເງິນກັບອົງກອນທຸລະກິດ ແລະ ບໍລິສັດຕ່າງໆ ຢ່າງເຕັມຮູບແບບ ຕັ້ງແຕ່ເດືອນມິຖຸນາ ຄ.ສ. 1998
1999
ໄດ້ຮັບການຮັບຮອງຈາກສຳນັກງານຄະນະກຳມະການເພື່ອສົ່ງເສີມການປັບປຸງໂຄງສ້າງໜີ້ (ຄປນ) ທະນາຄານແຫ່ງປະເທດໄທ ໃຫ້ເປັນທີ່ປຶກສາທາງການເງິນປັບປຸງໂຄງສ້າງໜີ້ ເມື່ອປີ ຄ.ສ. 1999
2006
ໃນວັນທີ 12 ກໍລະກົດ ຄ.ສ. 2006 ໄດ້ຮັບການຮັບຮອງຈາກສຳນັກງານຄະນະກຳມະການກໍາກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ (SEC) ໃຫ້ເປັນບໍລິສັດທີ່ປຶກສາທາງການເງິນ
ປັດຈຸບັນ
ອົງກອນທຸລະກິດຫຼາຍກວ່າ 80 ບໍລິສັດ ໄດ້ແຕ່ງຕັ້ງໃຫ້ບໍລິສັດ ແອສເຊັດ ໂປຣ ແມເນຈເມັ້ນທ໌ ຈຳກັດ ເປັນທີ່ປຶກສາທາງການເງິນ ພວກເຮົາມີຄວາມມຸ່ງໝັ້ນ ແລະ ທຸ່ມເທໃນຄຸນນະພາບການໃຫ້ບໍລິການປຶກສາດ້ານການເງິນ ແລະ ຍຶດໝັ້ນໃນຈັນຍາບັນໃນການເຮັດວຽກເປັນສຳຄັນ ໂດຍສະເພາະການຮັກສາຄວາມລັບຂອງລູກຄ້າ ເຊິ່ງການໃຫ້ບໍລິການຂອງບໍລິສັດໃນແຕ່ລະທຸລະກຳກໍເພື່ອປະໂຫຍດສູງສຸດຂອງລູກຄ້າ
2013
APM (LAO) Securities
ໄດ້ສ້າງຕັ້ງບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ (APMLAO) ໂດຍມີຈຸດປະສົງໃນການໃຫ້ຄຳປຶກສາ ແລະ ແນະນຳແນວທາງພັດທະນາອົງກອນທຸລະກິດໂດຍໃຊ້ຫຼັກການທາງການເງິນ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບລາວ (LSCO) ໄດ້ອອກໃບອະນຸຍາດທີ່ປຶກສາທາງການເງິນໃຫ້ APMLAO ໃນເດືອນພະຈິກ ຄ.ສ. 2013
2017
APM (LAO) Leasing
ໄດ້ສ້າງຕັ້ງບໍລິສັດ ເອພີເອັມລາວ ລີດຊິ້ງ ຈຳກັດ ຫຼື APM(LAO) Leasing ພ້ອມທັງໄດ້ຮັບໃບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນປີ ຄ.ສ. 2017 ໃຫ້ເປັນທຸລະກິດລີດຊິ້ງ ແລະ ປະກັນໄພ ເພື່ອຕໍ່ຍອດທຸລະກິດໃນສາຍຕະຫຼາດເງິນ ແລະ ຕະຫຼາດທຶນ
2018
APM (Cambodia) Securities Co. Ltd.
ໄດ້ຮັບໃບອະນຸຍາດ ທີ່ປຶກສາທາງການເງິນ ຈາກສຳນັກງານຄະນະກຳມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດກຳປູເຈຍ (SECC) ໃນປີ ຄ.ສ. 2018
ປະຫວັດຄວາມເປັນມາຂອງບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO)
01ບໍລິສັດໃນເຄືອຂອງ APM
ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ເປັນບໍລິສັດລູກຂອງ ບໍລິສັດ ແອສເຊັດ ໂປຣ ແມເນຈເມັ້ນທ໌ ຈໍາກັດ (APM) ທີ່ໄດ້ຮັບອະນຸຍາດເປັນທີ່ປຶກສາທາງການເງິນຈາກ ສໍານັກງານຄະນະກໍາມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ (SEC) ໃນປະເທດໄທ ຫຼາຍກວ່າ 17 ປີ
02ໄດ້ຮັບໃບອະນຸຍາດທີ່ປຶກສາທາງການເງິນ
ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ໄດ້ຮັບໃບອະນຸຍາດໃນການຂໍປະກອບອາຊີບໃນຖານະເປັນທີ່ປຶກສາທາງການເງິນ ພາຍໃຕ້ການຄຸ້ມຄອງຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບລາວ (ສຄຄຊ) ໃນເດືອນ 11/2013
03ຈຸດປະສົງການສ້າງຕັ້ງ
ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ໄດ້ຖືກສ້າງຕັ້ງໃນຖານະເປັນທີ່ປຶກສາທາງການເງິນໃຫ້ແກ່ ລູກຄ້າທີ່ເປັນບໍລິສັດເອກະຊົນ ຫຼື ບຸກຄົນ ຜູ້ທີ່ຕ້ອງການຊອກຫາທາງເລືອກໃນການແກ້ໄຂບັນຫາທາງການເງິນໃຫ້ແກ່ທຸລະກິດ
04ທີມງານ ແລະ ປະສົບການ
ຄະນະຜູ້ບໍລິຫານ ແລະ ທີມງານທີ່ໃຫ້ຄໍາປຶກສາຂອງ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ມີຜູ້ຊ່ຽວຊານຫຼາຍກວ່າ 5 ທ່ານ ແລະ ມີພະນັກງານປະຈໍາພ້ອມໃຫ້ບໍລິການ 6 ທ່ານ ພ້ອມດ້ວຍປະສົບການເຮັດວຽກທີ່ກ່ຽວຂ້ອງໃນຂະແໜງ ການເງິນທຸລະກິດ (Corporate Financial) ແລະ ທິ່ປຶກສາທາງການເງິນ
05ດໍາເນີນງານຢ່າງເຕັມຮູບແບບ
ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ໄດ້ດໍາເນີນງານຢ່າງເຕັມຮູບແບບເພື່ອຕອບສະໜອງການບໍລິການທີ່ປຶກສາທາງການເງິນໃຫ້ແກ່ບັນດາລູກຄ້າທົ່ວປະເທດລາວ