ໜ້າຫຼັກ / ນະໂຍບາຍການປົກປ້ອງຂໍ້ມູນສ່ວນບຸກຄົນ

ນະໂຍບາຍການປົກປ້ອງຂໍ້ມູນສ່ວນບຸກຄົນ

“ສໍາລັບລູກຄ້າ ແລະ ບຸກຄົນທີ່ກ່ຽວຂ້ອງ” ຂອງ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ

ປັບປຸງ: 4 ພະຈິກ 2026

ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (“ບໍລິສັດ”) ຍຶດໝັ້ນໃນການດໍາເນີນທຸລະກິດຢ່າງມີຈັນຍາບັນ ແລະ ເຄົາລົບສິດຄວາມເປັນສ່ວນຕົວຂອງທ່ານໂດຍໃຫ້ຄວາມສຳຄັນກັບການປົກປ້ອງຂໍ້ມູນສ່ວນບຸກຄົນ ແລະ ການຮັກສາຄວາມໝັ້ນຄົງປອດໄພຂອງຂໍ້ມູນສ່ວນບຸກຄົນຂອງທ່ານເພື່ອໃຫ້ທ່ານໝັ້ນໃຈວ່າຂໍ້ມູນສ່ວນບຸກຄົນຂອງທ່ານທີ່ບໍລິສັດໄດ້ຮັບຈະຖືກນຳໄປໃຊ້ຕາມຈຸດປະສົງ ແລະ ເປັນໄປຕາມກົດໝາຍ. ບໍລິສັດຈຶ່ງໄດ້ກຳນົດນະໂຍບາຍການປົກປ້ອງຂໍ້ມູນສ່ວນບຸກຄົນ “ນະໂຍບາຍ” ສະບັບນີ້ຂຶ້ນເພື່ອແຈ້ງໃຫ້ທ່ານໃນຖານະເຈົ້າຂອງຂໍ້ມູນສ່ວນບຸກຄົນຮັບຊາບເຖິງຈຸດປະສົງ ແລະ ລາຍລະອຽດຂອງການເກັບກຳ, ນຳໃຊ້ ແລະ/ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນ ຕະຫຼອດຈົນສິດຕ່າງໆ ຂອງທ່ານຕາມກົດໝາຍ.

ເຮົາເກັບຂໍ້ມູນຂອງໃຜ

ລູກຄ້າບຸກຄົນທຳມະດາຂອງບໍລິສັດ ເຊັ່ນ:

  • ບຸກຄົນທີ່ໃຊ້ ຫຼື ເຄີຍໃຊ້ບໍລິການຂອງບໍລິສັດ;
  • ບຸກຄົນທີ່ໄດ້ຮັບການນຳສະເໜີ ຫຼື ຊັກຊວນເພື່ອໃຊ້ບໍລິການກັບບໍລິສັດ;
  • ບຸກຄົນທີ່ຕິດຕໍ່ສອບຖາມຂໍ້ມູນການໃຫ້ບໍລິການຂອງບໍລິສັດ.

ບຸກຄົນທຳມະດາທີ່ກ່ຽວຂ້ອງກັບລູກຄ້ານິຕິບຸກຄົນຂອງບໍລິສັດ ແລະ ນິຕິບຸກຄົນທີ່ກ່ຽວຂ້ອງກັບລູກຄ້ານິຕິບຸກຄົນຂອງບໍລິສັດ ເຊັ່ນ:

  • ຜູ້ລິເລີ່ມກໍ່ຕັ້ງ, ຜູ້ຖືຮຸ້ນ, ຜູ້ເປັນຫຸ້ນສ່ວນ ແລະ ຕົວແທນ;
  • ກຳມະການ, ກຳມະການກວດສອບ ແລະ ກຳມະການອິດສະຫຼະ;
  • ບຸກຄົນທີ່ກ່ຽວຂ້ອງຕາມ ມາດຕາ 3 ກົດໝາຍວ່າດ້ວຍຫຼັກຊັບສະບັບປັບປຸງ ເລກທີ 79/ສພຊ;
  • ຍາດພີ່ນ້ອງໃກ້ສິດຂອງຜູ້ຖືຮຸ້ນລາຍໃຫຍ່ ແລະ ຜູ້ບໍລິຫານຂອງບໍລິສັດ;
  • ຜູ້ບໍລິຫານຕາມໂຄງສ້າງອົງກອນ;
  • ຜູ້ມີອຳນາດກະທຳການແທນ, ຜູ້ເປັນເຈົ້າຂອງທີ່ແທ້ຈິງ ແລະ ຜູ້ໄດ້ຮັບຜົນປະໂຫຍດທີ່ແທ້ຈິງ;
  • ພະນັກງານ, ເຈົ້າໜ້າທີ່, ລູກຈ້າງ ແລະ/ຫຼື ຜູ້ທີ່ໄດ້ຮັບມອບໝາຍ.

ບຸກຄົນທຳມະດາທີ່ກ່ຽວຂ້ອງກັບການໃຫ້ບໍລິການຂອງບໍລິສັດ ຫຼື ກ່ຽວຂ້ອງກັບການດໍາເນີນທຸລະກິດຂອງນິຕິບຸກຄົນທີ່ເປັນລູກຄ້າຂອງບໍລິສັດ ເຊັ່ນ:

  • ຄູ່ຄ້າ ຄູ່ສັນຍາ;
  • ນັກລົງທຶນ ຜູ້ທີ່ສົນໃຈຮ່ວມລົງທຶນ;
  • ເຈົ້າໜີ້, ລູກໜີ້, ຜູ້ຄ້ຳປະກັນ, ຜູ້ຈຳນອງ ແລະ ຜູ້ໃຫ້ຫຼັກຄ້ຳປະກັນ;
  • ຄູ່ກໍລະນີ;
  • ທີ່ປຶກສາດ້ານທຸລະກິດ, ທີ່ປຶກສາດ້ານວິຊາຊີບ ລວມທັງທີ່ປຶກສາດ້ານອື່ນໆ;
  • ບຸກຄົນທີ່ຕິດຕໍ່ຂໍໃຫ້ບໍລິສັດປະສານງານກັບຜູ້ຮັບປະກັນການຈຳໜ່າຍ ແລະ ຜູ້ຮ່ວມຮັບປະກັນການຈຳໜ່າຍຫຼັກຊັບກ່ຽວກັບການຈອງຫຼັກຊັບທີ່ສະເໜີຂາຍເພີ່ມທຶນຄັ້ງທຳອິດແກ່ມະຫາຊົນ (IPO) ຫຼື ຫຼັກຊັບອື່ນ;
  • ກຳມະການ, ຜູ້ບໍລິຫານຂອງນິຕິບຸກຄົນທີ່ລູກຄ້າແນະນຳ ຫຼື ອ້າງອີງໃຫ້ມາໃຊ້ບໍລິການ;
  • ບຸກຄົນອື່ນໃດທີ່ບໍລິສັດອາດໄດ້ຮັບຂໍ້ມູນສ່ວນບຸກຄົນຈາກການດຳເນີນທຸລະກິດ ຫຼື ການເຮັດທຸລະກຳ.

ເຮົາເກັບຂໍ້ມູນສ່ວນບຸກຄົນຂອງທ່ານຈາກຊ່ອງທາງໃດ

  • ຈາກທ່ານທີ່ໃຫ້ກັບບໍລິສັດໂດຍກົງ ຫຼື ເປັນຂໍ້ມູນທີ່ມີຢູ່ກັບບໍລິສັດກ່ອນໜ້ານີ້ຊຶ່ງເປັນຜົນຈາກການມາໃຊ້ບໍລິການ, ການຕິດຕໍ່ການຢ້ຽມຢາມກິດຈະການການເຂົ້າຮ່ວມກິດຈະກຳ, Roadshow, ການປະຊຸມສໍາມະນາການຈັດກິດຈະກຳສົ່ງເສີມການຕະຫຼາດໃຫ້ລູກຄ້າ ຫຼື ຊ່ອງທາງອື່ນໆ;
  • ຈາກກຳມະການຜູ້ບໍລິຫານຂອງນິຕິບຸກຄົນທີ່ທ່ານສັງກັດ ຫຼື ກ່ຽວຂ້ອງກັບທ່ານທີ່ໄດ້ໃຫ້ໄວ້ກັບບໍລິສັດກ່ອນ ໜ້ານີ້ ລວມທັງທີ່ໃຫ້ໄວ້ໃນປັດຈຸບັນ ຫຼື ໃນອະນາຄົດ;
  • ຈາກການຄົ້ນຫາຜ່ານຊ່ອງທາງໃຫ້ບໍລິການ ແລະ/ຫຼື ຊ່ອງທາງການຕິດຕໍ່ຕ່າງໆ ຂອງບໍລິສັດ ເຊັ່ນ: ເວັບໄຊ, ອີເມວ, ໂທລະສັບ, ແຟັກ, ໄປສະນີ ແລະ ອື່ນໆ;
  • ຈາກບຸກຄົນ ຫຼື ນິຕິບຸກຄົນທີ່ໃຊ້ບໍລິການ ຫຼື ຕິດຕໍ່ທາງທຸລະກິດກັບບໍລິສັດທີ່ທ່ານເປັນຜູ້ກ່ຽວຂ້ອງກັບນິຕິບຸກຄົນນັ້ນ;
  • ຈາກຂໍ້ມູນສ່ວນບຸກຄົນທີ່ບໍລິສັດໄດ້ຮັບ ຫຼື ເຂົ້າເຖິງໄດ້ຈາກແຫຼ່ງອື່ນ ເຊັ່ນ: ໜ່ວຍງານຂອງລັດ;
  • ຈາກແຫຼ່ງຂໍ້ມູນສາທາລະນະອື່ນ ເຊັ່ນ: ແຫຼ່ງຂໍ້ມູນທີ່ເຂົ້າເຖິງໄດ້ທົ່ວໄປໂດຍໃຊ້ອິນເຕີເນັດ, ບັນຊີໂຊຊຽວມີເດຍທີ່ທ່ານຕັ້ງຄ່າເຜີຍແຜ່ຕໍ່ສາທາລະນະ, ເອກະສານທີ່ທ່ານ ຫຼື ລູກຄ້ານິຕິບຸກຄົນທີ່ກ່ຽວຂ້ອງກັບທ່ານເຜີຍແຜ່ຕໍ່ສາທາລະນະ.

ເຮົາເກັບກໍາ, ນໍາໃຊ້ ແລະ/ຫຼື ເປີດເຜີຍຂໍ້ມູນຫຍັງແດ່

ຂໍ້ມູນສ່ວນບຸກຄົນຂອງລູກຄ້າ ຫຼື ຜູ້ຕິດຕໍ່ທຸລະກິດຂອງບໍລິສັດ

ປະເພດຂໍ້ມູນຕົວຢ່າງຂໍ້ມູນທີ່ບໍລິສັດເກັບກຳ, ນຳໃຊ້ ແລະ/ຫຼື ເປີດເຜີຍ
ຂໍ້ມູນສ່ວນຕົວ
  • ຄຳນຳໜ້າຊື່, ຊື່, ຊື່ກາງ, ນາມສະກຸນ ແລະ ນາມແຝງ (ຖ້າມີ)
  • ເພດ, ວັນເດືອນປີເກີດ ແລະ ອາຍຸ
  • ຂໍ້ມູນຄູ່ສົມລົດ, ພໍ່ແມ່, ລູກທີ່ຍັງບໍ່ບັນລຸນິຕິພາວະ
  • ຂໍ້ມູນຄວາມສຳພັນກັບບຸກຄົນທີ່ກ່ຽວຂ້ອງ
  • ສັນຊາດ ແລະ ປະເທດທີ່ອາໄສ
  • ລາຍເຊັນ
  • ຂໍ້ມູນຂໍ້ຂັດແຍ່ງ / ຄະດີຄວາມ / ຂໍ້ຂັດແຍ່ງດ້ານແຮງງານທີ່ສຳຄັນ (ຖ້າມີ)
  • ຂໍ້ມູນທີ່ປາກົດໃນເອກະສານທີ່ອອກໂດຍໜ່ວຍງານລັດ ຫຼື ເອກະສານກ່ຽວກັບນິຕິບຸກຄົນ.
ຂໍ້ມູນເພື່ອການຕິດຕໍ່
  • ທີ່ຢູ່ຕາມເອກະສານສຳຄັນທີ່ຢູ່ອາໄສປັດຈຸບັນ ແລະ ທີ່ຢູ່ໃນປະເທດຕາມສັນຊາດ ສະຖານທີ່ເຮັດວຽກ
  • ເບີໂທລະສັບ, ເບີໂທລະສັບມືຖື, ເບີແຟັກ, ທີ່ຢູ່ອີເມວ (Email Address).
ຂໍ້ມູນການສຶກສາ ແລະ ການເຮັດວຽກ
  • ປະຫວັດການສຶກສາ
  • ປະຫວັດການເຮັດວຽກ / ຕຳແໜ່ງໜ້າທີ່ໃນການເຮັດວຽກ / ຕຳແໜ່ງທາງການເມືອງ (ຖ້າມີ).
ຂໍ້ມູນທາງການເງິນ
  • ຂໍ້ມູນລາຍຮັບ, ແຫຼ່ງທີ່ມາຂອງລາຍຮັບ
  • ຂໍ້ມູນການກູ້ຢືມເງິນ ຫຼື ການໃຫ້ກູ້ຢືມເງິນ, ຍອດໜີ້, ຂໍ້ມູນຫຼັກຄ້ຳປະກັນ ກໍລະນີກ່ຽວກັບການໃຊ້ບໍລິການປັບໂຄງສ້າງໜີ້.
ຂໍ້ມູນອື່ນໆ
  • ບັນທຶກສຽງ, ຮູບຖ່າຍ, ຮູບເຄື່ອນໄຫວ, ຄລິບບັນທຶກສຽງ, ຮູບ ຫຼື ຮູບເຄື່ອນໄຫວຈາກກ້ອງວົງຈອນປິດ (CCTV) ໃນການເຮັດ Due Diligence ໃນການປະຊຸມຫາລືເລື່ອງສຳຄັນ ຫຼື ໃນກິດຈະກຳຕ່າງໆ ເຊັ່ນ: Roadshow, ກິດຈະກຳສົ່ງເສີມທາງການຕະຫຼາດທີ່ກ່ຽວກັບລູກຄ້າທີ່ບໍລິສັດຈັດຂຶ້ນ ແລະ ທ່ານມີສ່ວນຮ່ວມໃນກິດຈະກຳນັ້ນໆ
  • ຂໍ້ມູນລາຍຊື່ບຸກຄົນທີ່ຖືກກຳນົດຕາມກົດໝາຍຂໍ້ມູນປະຫວັດການກະທຳຜິດທາງອາຍາ ຫຼື ການຖືກລົງໂທດ ເພື່ອປະຕິບັດຕາມກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ເລກທີ132/ສພຊ

ໃນການເກັບຂໍ້ມູນ ບໍ່ວ່າຈະເປັນປະເພດຂໍ້ມູນ ຫຼື ຕົວຢ່າງຂໍ້ມູນທີ່ບໍລິສັດເກັບກຳ, ນຳໃຊ້ ແລະ/ຫຼື ເປີດເຜີຍ ບໍລິສັດຈະພິຈາລະນາປະເພດຂໍ້ມູນທີ່ຈະເກັບກຳ ຕະຫຼອດຈົນຕົວຢ່າງຂໍ້ມູນທີ່ຈະເກັບກຳຕາມທີ່ເຫັນວ່າເໝາະສົມ ເທົ່າທີ່ຈຳເປັນ ຫຼື ເພື່ອໃຫ້ເປັນໄປຕາມກົດໝາຍ, ກົດລະບຽບ, ຄຳສັ່ງ ຫຼື ປະກາດຂອງໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ: ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (LSCO) ແລະ ຕະຫຼາດຫຼັກຊັບລາວ (LSX).

ຂໍ້ມູນສ່ວນບຸກຄົນຂອງບຸກຄົນອື່ນໃດທີ່ກ່ຽວຂ້ອງກັບການໃຫ້ບໍລິການຂອງບໍລິສັດ

ຖ້າທ່ານໃນຖານະກຳມະການ ຜູ້ບໍລິຫານ ຫຼື ພະນັກງານຂອງລູກຄ້ານິຕິບຸກຄົນ ເປັນຜູ້ໃຫ້ຂໍ້ມູນສ່ວນບຸກຄົນຂອງບຸກຄົນອື່ນໃດ ຊຶ່ງເປັນບຸກຄະລາກອນຂອງນິຕິບຸກຄົນ ແລະ/ຫຼື ຜູ້ທີ່ກ່ຽວຂ້ອງກັບທ່ານແກ່ບໍລິສັດ ເຊັ່ນ: ຜູ້ຖືຮຸ້ນ, ກຳມະການ, ຜູ້ມີອຳນາດກະທຳການແທນ, ບຸກຄົນໃນຄອບຄົວ, ບຸກຄົນອ້າງອີງ, ຄູ່ຄ້າ, ຜູ້ຄ້ຳປະກັນ ຜູ້ຈຳນຳ, ຜູ້ໃຫ້ຫຼັກຄ້ຳປະກັນ, ຜູ້ໄດ້ຮັບຜົນປະໂຫຍດ ແລະ/ຫຼື ບຸກຄົນອື່ນ ເປັນຕົ້ນ. ຂໍໃຫ້ທ່ານກະລຸນາແຈ້ງໃຫ້ບຸກຄົນເຫຼົ່ານັ້ນຮັບຊາບກ່ຽວກັບລາຍລະອຽດຕາມນະໂຍບາຍສະບັບນີ້ ແລະ ຂໍຄວາມຍິນຍອມເປັນລາຍລັກອັກສອນເປັນໜັງສື ຫຼື ລະບົບເອເລັກໂຕຣນິກຈາກບຸກຄົນເຫຼົ່ານັ້ນກ່ອນ ເພື່ອໃຫ້ທ່ານ ຫຼື ນິຕິບຸກຄົນທີ່ທ່ານເປັນກຳມະການ, ຜູ້ບໍລິຫານ ສາມາດເກັບກຳ, ນຳໃຊ້ ແລະ/ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງບຸກຄົນຕາມທີ່ກ່າວໄດ້.

ເຮົາເກັບກໍາ ນຳໃຊ້ ແລະ/ຫຼື ເປີດເຜີຍ ເພື່ອຈຸດປະສົງໃດ

ເພື່ອໃຊ້ໃນການດໍາເນີນການຕາມຈຸດປະສົງທີ່ລະບຸໃນສັນຍາ ຫຼື ຂໍ້ຕົກລົງທີ່ທ່ານ ຫຼື ນິຕິບຸກຄົນທີ່ທ່ານສັງກັດເຮັດໄວ້ກັບບໍລິສັດ

ໃຊ້ປະກອບໃນການເຮັດ Due Diligence ການໃຫ້ຄຳປຶກສາການໃຫ້ຄຳແນະນຳການເຂົ້າເຮັດສັນຍາຂໍ້ຕົກລົງ ແລະ/ຫຼື ນິຕິກຳອື່ນໃດທີ່ກ່ຽວຂ້ອງຕະຫຼອດຈົນໃຊ້ເພື່ອປະໂຫຍດໃນການຕິດຕໍ່ສື່ສານການຮັບສົ່ງເອກະສານ ຫຼື ພັດສະດຸໃນການໃຫ້ບໍລິການເປັນທີ່ປຶກສາທາງການເງິນຂອງບໍລິສັດ ມີການໃຫ້ບໍລິການດັ່ງນີ້:

  • ທີ່ປຶກສາທາງການເງິນສໍາຫຼັບການເອົາບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ (Financial Advisor for Listing in LSX);
  • ການປະເມີນມູນຄ່າຮຸ້ນ ຫຼື ກິດຈະການ (Business / Share Valuation);
  • ທີ່ປຶກສາທາງການເງິນສໍາຫຼັບການຄວບລວມກິດຈະການ (Takeover or Merger & Acquisition);
  • ທີ່ປຶກສາທາງການເງິນສຳຫຼັບການປັບໂຄງສ້າງໜີ້ (Debt Restructuring);
  • ສຶກສາຄວາມເປັນໄປໄດ້ຂອງໂຄງການ (Feasibility Study);
  • ທີ່ປຶກສາທາງການເງິນສໍາຫຼັບການອອກຮຸ້ນກູ້ (Financial Advisor for Bonds);
  • ທີ່ປຶກສາທາງການເງິນສຳຫຼັບຈັດຫາຜູ້ຮ່ວມທຶນ (Joint Venture With Financial Partner or Strategic Partner);
  • ທີ່ປຶກສາທາງການເງິນສໍາຫຼັບປະສານງານ ຈັດຫາແຫຼ່ງເງິນກູ້ (Loan Arranger);
  • ທີ່ປຶກສາການເງິນອິດສະຫຼະ (Independent Financial Advisor);
  • ແຜນຟື້ນຟູກິດຈະການ (Reorganization Plan for Company Rehabilitation).

ເພື່ອໃຊ້ໃນການປະຕິບັດໜ້າທີ່ຕາມກົດໝາຍ ໄດ້ແກ່

  • ການກວດກາຄຸນສົມບັດການກວດກາສະຖານະຂອງລູກຄ້ານິຕິບຸກຄົນການກວດສອບຄວາມຖືກຕ້ອງຂອງຂໍ້ມູນ ຫຼື ເອກະສານ, ການເປີດເຜີຍຂໍ້ມູນ ເພື່ອໃຫ້ເປັນໄປຕາມປະກາດກົດລະບຽບຂອງ LSCO ແລະ LSX ແລະ/ຫຼື ໜ່ວຍງານທີ່ກ່ຽວຂ້ອງ;
  • ການພິສູດ ແລະ ຢືນຢັນຕົວຕົນບຸກຄົນລວມທັງຂະບວນການຮູ້ຈັກລູກຄ້າ (Know Your Customer : KYC) ແລະ ກວດສອບສະຖານະລູກຄ້າ (Customer Due Diligence : CDD) ການກວດສອບກັບລາຍຊື່ບຸກຄົນທີ່ຖືກກຳນົດ (Sanction List) ຂອງໜ່ວຍງານບັງຄັບໃຊ້ກົດໝາຍຂອງລັດ, ການກວດສອບສະຖານະທາງການເມືອງການກວດສອບການຖືກຄຸ້ມຄອງຊັບສິນ ຫຼື ຄວາມເປັນບຸກຄົນລົ້ມລະລາຍການກວດສອບຂໍ້ມູນການກະທຳຜິດກົດໝາຍຕາມກົດໝາຍທີ່ກ່ຽວຂ້ອງ;
  • ການປະຕິບັດຕາມຄຳສັ່ງສານ, ຄຳສັ່ງຂອງພະນັກງານເຈົ້າໜ້າທີ່ທີ່ມີອຳນາດ ຫຼື ໜ່ວຍງານທີ່ມີອຳນາດບັງຄັບໃຊ້ກົດໝາຍ.

ເພື່ອປະໂຫຍດຕາມກົດໝາຍກຳນົດໄດ້ແກ່

  • ການສະແດງລາຍການຂໍ້ມູນການສະເໜີຂາຍຫຼັກຊັບ ແລະ ໜັງສືຊີ້ຊວນ (Prospectus) ດ້ວຍຂໍ້ຄວາມທີ່ຖືກຕ້ອງພຽງພໍ ແລະ ເໝາະສົມເພື່ອໃຫ້ເປັນໄປຕາມປະກາດກົດລະບຽບຂອງ LSCO ແລະ LSX ແລະ/ຫຼື ໜ່ວຍງານທີ່ກ່ຽວຂ້ອງ;
  • ການບັນທຶກພາບເຄື່ອນໄຫວໂດຍກ້ອງວົງຈອນປິດ (CCTV) ເພື່ອກວດເບິ່ງການເຂົ້າອອກສະຖານທີ່ທຳການຂອງບໍລິສັດເພື່ອປົກປ້ອງ/ປ້ອງກັນພື້ນທີ່ຕ່າງໆ ແລະ ຊັບສິນຂອງບໍລິສັດບໍ່ໃຫ້ເກີດຄວາມເສຍຫາຍຕາມໄລຍະເວລາທີ່ເຫັນວ່າເໝາະສົມ;
  • ການສະແດງຮູບຖ່າຍ ຫຼື ການບັນທຶກສຽງ ແລະ/ຫຼື ຮູບພາບ, ຮູບເຄື່ອນໄຫວ ທີ່ເກີດຈາກການ Due Diligence ຫຼື ການຢ້ຽມຢາມກິດຈະການ.

ເພື່ອດໍາເນີນການຕາມຄວາມຍິນຍອມຂອງທ່ານ

ໂດຍບໍລິສັດອາດຂໍຄວາມຍິນຍອມຈາກທ່ານຕາມວິທີການທີ່ເຫັນວ່າເໝາະສົມ ເພື່ອໃຫ້ເປັນການສະດວກກັບທ່ານ ໄດ້ແກ່: ການໃຊ້ຂໍ້ມູນຂອງທ່ານເພື່ອດຳເນີນການທາງການຕະຫຼາດ ເຊັ່ນ: ການເຂົ້າຮ່ວມກິດຈະກຳ, ຝຶກອົບຮົມ, ສຳມະນາທີ່ບໍລິສັດຈັດ ຫຼື ນິຕິບຸກຄົນອື່ນທີ່ກ່ຽວຂ້ອງຈັດຂຶ້ນ ລວມເຖິງຂ່າວສານ ແລະ ຄຳແນະນຳທີ່ເປັນປະໂຫຍດ.

ເຮົາເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານໃຫ້ໃຜແດ່

ຜູ້ມີອໍານາດ ຫຼື ມີສິດຕາມກົດໝາຍ ແລະ/ຫຼື ການປະຕິບັດຕາມກົດໝາຍ ຊຶ່ງຜູ້ຮັບຂໍ້ມູນສ່ວນບຸກຄົນຂອງທ່ານ

  • ໜ່ວຍງານທີ່ຄຸ້ມຄອງບໍລິສັດ ເຊັ່ນ: LSCO, LSX, ສຳນັກງານຂໍ້ມູນຕໍ່ຕ້ານການຟອກເງິນ (ສຕຟງ), ສູນຮັບຝາກຫຼັກຊັບ, ໜ່ວຍງານຄຸ້ມຄອງການປົກປ້ອງຂໍ້ມູນ ແລະ ຜູ້ບໍລິໂພກ;
  • ໜ່ວຍງານທີ່ມີໜ້າທີ່ບັງຄັບໃຊ້ກົດໝາຍເຊັ່ນ: ສານ, ເຈົ້າໜ້າທີ່ຕຳຫຼວດ;
  • ຜູ້ຖືຮຸ້ນ ແລະ ບຸກຄົນທີ່ກ່ຽວຂ້ອງໃນການໃຫ້ບໍລິການບາງປະເພດ ຕາມທີ່ກົດໝາຍກຳນົດ ເຊັ່ນ:ການເປີດເຜີຍການສະເໜີຊື້-ຂາຍຫຼັກຊັບ ແບບປະກາດເຈດຈຳນົງການເຂົ້າຖືຫຼັກຊັບເພື່ອຄອບຄອງກິດຈະການ.

ທີ່ປຶກສາ / ຜູ້ຊ່ຽວຊານ ເຊັ່ນ: ຜູ້ກວດສອບບັນຊີ (Auditors), ຜູ້ກວດສອບພາຍໃນ (Internal Audit), ທີ່ປຶກສາດ້ານກົດໝາຍ, ທີ່ປຶກສາດ້ານຕ່າງໆ, ຜູ້ປະເມີນລາຄາອິດສະຫຼະ ແລະ ບໍລິສັດຈັດອັນດັບຄວາມໜ້າເຊື່ອຖື ຫຼື ຜູ້ຊ່ຽວຊານອື່ນໆ ຕາມແຕ່ກໍລະນີ.

ພັນທະມິດທາງທຸລະກິດຂອງບໍລິສັດ ເຊັ່ນ: ຜູ້ຄໍ້າປະກັນການຈໍາໜ່າຍຫຼັກຊັບ (Lead Underwriter) ແລະ ຜູ້ຮ່ວມຈັດຈຳໜ່າຍຫຼັກຊັບ (Co-Underwriters).

ຜູ້ໃຫ້ບໍລິການຂອງບໍລິສັດ ເຊັ່ນ: ຜູ້ໃຫ້ບໍລິການສາງເກັບເອກະສານ, ໂຮງພິມ, ຜູ້ໃຫ້ບໍລິການພິມ, ຜູ້ໃຫ້ບໍລິການດ້ານການແປເອກະສານ, ຜູ້ໃຫ້ບໍລິການສື່ສັງຄົມອອນລາຍ, ຜູ້ໃຫ້ບໍລິການຈອງທີ່ພັກ, ປີ້ຍົນ ຜູ້ໃຫ້ບໍລິການສື່ ແລະ ການຕະຫຼາດ.

ບໍລິສັດອາດເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານໄປຍັງບຸກຄົນທີ່ສາມອື່ນ ຫຼື ເປີດເຜີຍຕໍ່ປະຊາຊົນທົ່ວໄປ ຕາມທີ່ເຫັນວ່າເໝາະສົມ ຫຼື ເພື່ອປະໂຫຍດຂອງລູກຄ້າທີ່ໃຊ້ບໍລິການ.

ເຮົາຈະແຈ້ງການປັບປຸງ ແລະ ປ່ຽນແປງນະໂຍບາຍແນວໃດ

ຫາກມີການປັບປຸງປ່ຽນແປງເຮົາຈະດຳເນີນການປະກາດໃຫ້ຮັບຊາບຜ່ານເວັບໄຊ https://apmlao.com/lo/

ທ່ານຈະຕິດຕໍ່ເຮົາໄດ້ແນວໃດ

ສະຖານທີ່ຕິດຕໍ່: ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ

ທີ່ຢູ່: ອາຄານເອພີເອັມລາວ, ບ້ານ ຫັດສະດີ, ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ.

ອີເມວ: [email protected]