ໜ້າຫຼັກ / ຜົນງານບໍລິສັດ

Souvanny Home Center Public Company

← ຜົນງານບໍລິສັດ
SVN
SVN · LSX

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ (SVN)

HOME IMPROVEMENT

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ດໍາເນີນທຸລະກິດຈັດຈຳໜ່າຍສິນຄ້າດ້ານວັດສະດຸກໍ່ສ້າງ, ຕົກແຕ່ງບ້ານ ແລະ ອາຄານ ແບບຄົບວົງຈອນ ຕັ້ງແຕ່ວັດສະດຸກໍ່ສ້າງໂຄງສ້າງຫຼັກຈົນເຖິງວັດສະດຸຕົກແຕ່ງພາຍໃນ ເຊັ່ນ: ກະໂລ, ສຸຂະພັນ, ນໍ້າສີ, ວັດສະດຸຕົກແຕ່ງບ້ານ ແລະ ອາຄານສໍານັກງານຕ່າງໆ, ເຄື່ອງມືອຸປະກອນທີ່ໃຊ້ໃນວຽກງານກໍ່ສ້າງ, ເຟີນິເຈີ ກາສິນຄ້າ Modernform ແລະ ເປັນຕົວແທນຈໍາໜ່າຍພ້ອມໃຫ້ບໍລິການຕິດຕັ້ງ, ສ້ອມແປງຂັ້ນໄດເລື່ອນ ແລະ ລິບ ພາຍໃຕ້ ກາສິນຄ້າ Mitsubishi ພຽງຜູ້ດຽວໃນ ສປປ ລາວ. ສິນຄ້າທີ່ບໍລິສັດນໍາເຂົ້າມາຈໍາໜ່າຍ ສ່ວນຫຼາຍແມ່ນນໍາເຂົ້າຈາກຕ່າງປະເທດ ເປັນ ສິນຄ້າທີ່ມີຄຸນະພາບສູງ ໂດຍກາສິນຄ້າທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບລະດັບສາກົນ ຫຼາຍກວ່າ 400 ຍີ່ຫໍ້ ເຊິ່ງມີສິນຄ້າຫຼາຍ ກວ່າ 30,000 ລາຍການ ໂດຍແບ່ງສິນຄ້າອອກເປັນ 7 ກຸ່ມ 17 ປະເພດຜະລິດຕະພັນ.

Souvanny Home Center Public Company — First Trading Day
ງານເປີດການແລກປ່ຽນຊື້ຂາຍຮຸ້ນເປັນຄັ້ງທໍາອິດ (First Trading Day)

SVN × APMLAO Listing journey

  1. 16 ມີຖຸນາ 2014

    ເຊັນສັນຍາແຕ່ງຕັ້ງທີ່ປຶກສາການເງິນ

    ກະກຽມຄວາມພ້ອມໃຫ້ຄຳປຶກສາ, ຄຳແນະນຳ ແລະ ແນວທາງປະຕິບັດ ເພື່ອກຽມຄວາມພ້ອມບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ

  2. 23 ກັນຍາ 2015

    ຍື່ນຄໍາຂໍອະນຸຍາດ

    ຍຶ່ນຄໍາຂໍ IPO ຕໍ່ LSCO ແລະ ຍື່ນຄໍາຂໍຈົດທະບຽນໃນຕະຫຼາດຫຼັກຊັບໃຫ້ກັບຕະຫຼາດຫຼັກຊັບລາວ

  3. 19 ພະຈິກ 2015

    ໄດ້ຮັບການອະນຸຍາດ IPO

    ໄດ້ຮັບອະນຸຍາດ ຈາກ LSCO ໃຫ້ IPO ໃນວັນທີ 19 ພະຈິກ 2015

  4. 11 ທັນວາ 2015

    FIRST TRADING DAY

    ເປີດການແລກປ່ຽນຊື້ຂາຍຮຸ້ນ SVN ເປັນຄັ້ງທໍາອິດໃນ LSX

IPO highlights

77,5ຕື້ກີບ

ລະດົມທຶນໄດ້

25ລ້ານຮຸ້ນ

ຈໍານວນຮຸ້ນ IPO

3,100ກີບ/ຮຸ້ນ

ນັກລົງທຶນທົ່ວພາຍໃນ

← ຜົນງານບໍລິສັດ